• What is road rage and how to deal with it? - ຄວາມໂມໂຫທາງຖນົນແມ່ນຫຍັງ ແລະຮັບມືກັບມັນແນວໃດ?
    Jul 16 2024
    Aggressive driving is a continuum of bad driving behaviours which increase crash risk and can escalate to road rage. People who engage in road rage may be liable for traffic offences in Australia, have their car insurance impacted and most importantly put their lives and those of others at risk. Learn about the expectations around safe, responsible driving and what to do when you or a loved one are involved in a road rage incident. - ການຂັບຣົດຢ່າງຮຸນແຮງ ເປັນພຶດຕິກັມ ການຂັບຣົດ ທີ່ບໍ່ດີຢ່າງຕໍ່ເນື່ອງ ຊຶ່ງເພີ່ມຄວາມສ່ຽງ ຂອງອຸບັດເຫດ ແລະສາມາດ ເພີ່ມຄວາມໂມໂຫ ໃນທາງຖນົນໄດ້. ຄົນທີ່ມີສ່ວນຮ່ວມ ໃນຄວາມໂມໂຫທາງຣົດ ອາດຈະມີຄວາມຮັບຜິດຕໍ່ການຈະຣາຈອນ ໃນອອສເຕຣເລັຍ, ມີຜົນກະທົບ ຕໍ່ປະກັນພັຍຣົດຂອງເຂົາເຈົ້າ ແລະສໍາຄັນທີ່ສຸດ ເຮັດໃຫ້ຊີວິດຂອງເຂົາເຈົ້າ ແລະຂອງຜູ້ອື່ນ ມີຄວາມສ່ຽງ. ຮຽນຮູ້ ກ່ຽວກັບຄວາມຄາດຫວັງ ກ່ຽວກັບການຂັບຂີ່ ທີ່ປອດພັຍ, ມີຄວາມຮັບຜິດຊອບ ແລະສິ່ງທີ່ຄວນເຮັດ ເມື່ອທ່ານ ຫຼືຄົນທີ່ທ່ານຮັກ ມີສ່ວນກ່ຽວຂ້ອງກັບເຫດການ ຄວາມໂມໂຫທາງຖນົນ.
    Show more Show less
    12 mins
  • ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care)
    Jul 16 2024
    ອີງຕາມສະຖິຕິສໍາມະໂນຄົວ ຂອງສຳນັກງານ ສະຖິຕິອອສເຕຣເລັຍປີ 2016, 37 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍ ນັ້ນເກີດຢູ່ຕ່າງປະເທດ, ຫຼື 1.2 ລ້ານຄົນ, ແລະຫນຶ່ງໃນຫົກຄົນ ທີ່ມີອາຍຸສູງ ຂອງອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ເຮືອນ.ດ້ວຍການປ່ຽນແປງ ຂອງປະຊາກອນນີ້ ໄດ້ມີຄວາມຈໍາເປັນ ທີ່ຈະຕ້ອງປັບແປງ ການບໍຣິການດູແລ ຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຂອງອອສເຕຣເລັຍ.
    Show more Show less
    9 mins
  • ສິລປິນ ຊາວ First Nations ໃນຊ່ວງ NAIDOC Week
    Jul 16 2024
    ບັນດາສິລປິນ First Nations ຈາກເມືອງ ແລະປະເທດຝັ່ງທະເລອື່ນໆ ກໍາລັງສະແດງຜົນງານຂອງເຂົາເຈົ້າ ແລະນໍາໃຊ້ສິລປະ ແລະວັດທະນາທັມ ຂອງເຂົາເຈົ້າ ເພື່ອເວົ້າເຖິງສິ່ງແວດລ້ອມ ທີ່ ເມືອງ Ceduna ຢູ່ແຄມຝັ່ງອ່າວ Murat ແຄມຝັ່ງທະເລ ທາງທິດຕາເວັນຕົກ ຂອງແຫຼມ Eyre ໃນ South Australia.
    Show more Show less
    6 mins
  • ຄວາມປອດພັຍໃນເຮືອນໃນລະດູໜາວ
    Jul 9 2024
    ໃນຊ່ວງລະດູໜາວ, ນອກຈາກຄວາມສ່ຽງຈາກອັກຄີພັຍແລ້ວ ຍັງມີຄວາມສ່ຽງຈາກແກັສ Carbon monoxide ນຳອີກ. ຜູ້ຊ່ຽວຊານໃຫ້ຄຳແນະນຳກ່ຽວກັບຄວາມປອດພັຍຕ່າງໆ.
    Show more Show less
    5 mins
  • How to lodge your tax return in Australia - ວິທີຍື່ນການເສັຍພາສີຂອງທ່ານ ໃນອອສເຕຣເລັຍ
    Jul 9 2024
    In Australia, 30 June marks the end of the financial year and the start of tax time. Knowing your obligations and rebates you qualify for, helps avoid financial penalties and mistakes. Learn what to do if you received family support payments, worked from home, are lodging a tax return for the first time, or need free independent advice. - ໃນອອສເຕຣເລັຍ, ວັນທີ 30 ມິຖຸນາ ຫມາຍເຖິງການສິ້ນສຸດຂອງສົກປີການເງິນ ແລະການເລີ່ມຕົ້ນ ເວລາການເສັຍພາສີ. ການຮູ້ພັນທະ ແລະການຊໍາລະຄືນເງິນ ທີ່ທ່ານມີສິດໄດ້ຮັບ ຈະຊ່ວຍຫຼີກເວັ້ນ ຄວາມຜິດພາດ ແລະການຖືກປັບໄໝ. ຮູ້ວິທີ ທີ່ຄວນເຮັດ ຖ້າທ່ານໄດ້ຮັບເງິນຊ່ວຍເຫຼືອຄອບຄົວ, ເຮັດວຽກຢູ່ເຮືອນ, ຍື່ນເລື້ອງເສັຍພາສີເປັນຄັ້ງທໍາອິດ, ຫຼືຕ້ອງການຄໍາແນະນໍາ ທີ່ເປັນອິດສຣະໂດຍບໍ່ເສັຍຄ່າ.
    Show more Show less
    12 mins
  • ລາງວັນ NATIONAL NAIDOC Week 2024
    Jul 9 2024
    The NATIONAL NAIDOC Week Awards ເປັນກິດຈະກັມ ປະຈຳປີທີ່ໃຫຍ່ທີ່ສຸດ ໃນປະຕິທິນ ສໍາລັບຊາວ Aboriginal ແລະ Torres Strait Islander, ລາງວັນນີ້ ໄດ້ຍ້ອງຍໍ ຜູ້ບຸກເບີກຊາວພື້ນເມືອງ ທີ່ມີສ່ວນ ໃນການປ່ຽນແປງຊີວິດ ແກ່ຊຸມຊົນຂອງເຂົາເຈົ້າ ແລະໃນປີນີ້ ໄດ້ຖືກຈັດຂຶ້ນທີ່ Adelaide. ສຳລັບປີໜ້າ, ພິທີມອບລາງວັນນີ້ ຈະຈັດຂຶ້ນທີ່ Perth, Western Australia.
    Show more Show less
    8 mins
  • ການແຊກແຊງຈາກຕ່າງປະເທດ ໃນອອສເຕຣເລັຍ
    Jul 9 2024
    ແຫລ່ງຂ່າວ ລະດັບສູງຂອງຣັຖບານ ໄດ້ບອກກັບ SBS ເຖິງແຜນການຂອງການແຊກແຊງ ຈາກຕ່າງປະເທດ ທີ່ຈະແນເປົ້າຫມາຍ ໃສ່ພວກນັກເຄື່ອນໄຫວ ພາຍໃນຊຸມຊົນຫຼາຍວັດທະນະທັມ, ແຊກຊຶມເຂົ້າໄປໃນສະຖາບັນ ແລະຮັບເຕັກໂນໂລຊີລັບ. ແຕ່ທັງຣັຖບານ ແລະຝ່າຍຄ້ານກໍມີມາດຕະການໃໝ່ ໃນການປາບປາມພວກສາຍລັບ ຈາກຕ່າງປະເທດ.
    Show more Show less
    6 mins
  • ລາຍງານໃຫມ່ ກ່ຽວກັບວິກິດການຂອງໂຣກເບົາຫວານ
    Jul 2 2024
    ລາຍງານສະບັບໃຫມ່ຂອງ Diabetes Australia ໄດ້ເຕືອນກ່ຽວກັບວິກິດການຂອງໂຣກເບົາຫວານ ຂອງຊາດ, ໂດຍຮຽກຮ້ອງໃຫ້ມີການເຂົ້າເຖິງຢາຫຼຸດນໍ້າຫນັກໄດ້ດີຂຶ້ນ ແລະ ເກັບພາສີ ຕໍ່ນ້ຳດື່ມທີ່ມີນ້ຳຕານ ແຕ່ຜູ້ທີ່ຈະເສັຍຜົນປໂຍດກໍຄັດຄ້ານໃນເລື້ອງນີ້.
    Show more Show less
    7 mins